1. ໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳແຈ 1

ເຂື່ອນໄຟຟ້ານ້ຳຕົກນ້ຳແຈ 1 ຕັ້ງຢູ່ເຂດບ້ານນ້ຳລ້ອງ ແລະ ບ້ານຊຳກໍ່ທອງ, ເມືອງທ່າໂທມ, ແຂວງໄຊສົມບູນ ເປັນເຂື່ອນຂະໜາດນ້ອຍຕິດຕັ້ງເຄື່ອງຈັກ 2 ເຄື່ອງ. ເຊິ່ງມີກໍາລັງຕິດຕັ້ງເຄື່ອງລະ 8,4 MW ລວມກຳລັງຕິດຕັ້ງທັງໝົດ 16,8 ເມກາວັດ ໄດ້ທໍາການຜະລິດພະລັງງານໄຟຟ້າ ແລະ ໄດ້ຂາຍໄຟຟ້າ ( COD ) ໃຫ້ກັບ ລັດວິສາຫະກິດໄຟຟ້າລາວ ມາແຕ່ວັນທີ 1 ມິຖຸນາ 2019 ເປັນຕົ້ນມາ.

ເຂື່ອນດັ່ງກ່າວຈະເປັນສ່ວນໜຶ່ງທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາທາງດ້ານພະລັງງານໄຟຟ້າ, ສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ, ຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ.

ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກນ້ຳແຈ 1

Image
Image

2. ໂຄງການເຂື່ອນໄຟຟ້າເຊລະນອງ 1

ໂຄງການເຂື່ອນໄຟຟ້າເຊລະນອງ1 ນອນຢູ່ໃນເຂດລະຫວ່າງ ເມືອງພີນ ແລະ ເມືອງນອງ, ປະຈຸບັນກໍ່ສ້າງສຳເລັດ 95% ແລະ ຈະຂາຍໄຟຟ້າໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ ( COD ) ໃນປະມານກາງປີ 2020 ນີ້.

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກເຊລະນອງ 1

Image
Image

ຕິດຕໍ່ພົວພັນ

ຖະຫນົນໄກສອນ, ບ້ານພະຂາວ, ເມືອງໄຊທານີ.

ນະຄອນຫລວງວຽງຈັນ, ສປປ ລາວ.

ໂທ: (+856 21) 713224.

ແຟັກ: (+856 21) 713223.

ຕູ້ໄປສະນີ: 2750.

ອີເມວ: dsc_ho88@yahoo.com

ເວັບໄຊ: www.daosavanh.la

ສົ່ງຂໍ້ຄວາມຫາ

ທີ່ຕັ້ງສໍານັກງານ